ໄຂກອງປະຊຸມສະມັດຊາໃຫຍ່ສະມາຄົມກະຈາຍສຽງໂທລະພາບ ອາຊີ-ປາຊີຟິກ ຄັ້ງທີ 60
ຕາມຂ່າວຈາກ ວິທະຍຸສາກົນ ຫວຽດນາມ, ວັນທີ 31 ຕຸລາ, ຢູ່ນະຄອນຫລວງ ເຊອຸນ ຂອງ ສ ເກົາຫຼີ ໄດ້ຈັດ ກອງປະ
ຊຸມສະມັດຊາໃຫຍ່ ສະມາຄົມກະຈາຍສຽງ ໂທລະພາບ ອາຊີ-ປາຊີຟິກ ຄັ້ງທີ 60, (ABU) ໂດຍມີສະມາຊິກຫຼາຍກວ່າ
250 ຄົນ ທີ່ຕາງໜ້າໃຫ້ 67 ປະເທດ ສະມາຊິກເຂົ້າຮ່ວມ ເພື່ອຄົ້ນຫາຄຳຖາມທີ່ສຳຄັນກ່ຽວກັບລັກສະນະຍືນຍົງໃນຂະ
ແໜງກະຈາຍສຽງໂທລະພາບ ແລະ ກຳນົດທິດອະນາຄົດຂອງຂະແໜງ ຢູ່ພາກພື້ນ ອາຊີ-ປາຊີຟິກ.
ບັນດາຜູ້ແທນໄດ້ປຶກສາຫາລື, ແບ່ງປັນຄວາມຮູ້ ແລະ ຄວາມມານະພະຍາຍາມຮ່ວມມືເພື່ອ ສ້າງທິດທາງຍືນຍົງໃຫ້ແກ່
ຂະແໜງກະຈາຍສຽງໂທລະພາບ, ຄົ້ນຫາບັນດາຍຸດທະສາດປ່ຽນແປງໃໝ່, ພິຈາລະນາບັນດາທິດ ທາງທີ່ດີທີ່ສຸດ ແລະ ຊຸກຍູ້
ການພົວພັນຄູ່ຮ່ວມມື ເພື່ອຊຸກຍູ້ຄວາມ ສາມາດຟື້ນຟູ, ລັກສະນະຫຼາຍຮູບຫຼາຍແບບ ແລະ ໜ້າທີ່ຄວາມຮັບຜິດຊອບໃນການ
ເຄື່ອນໄຫວດ້ານວິຊາການ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/11/2023